ກະຊວງ ອຄ  ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

ໂດຍ:ວັນໄຊ
 ໃນໄລຍະຜ່ານມາ, ກະຊວງ ອຄ ໄດ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ກໍານົດໄວ້.ແຕ່ຍ້ອນຫຼາຍປັດໄຈ ທັງພາຍໃນ ແລະ ນອກປະເທດ ນັບແຕ່ຕົ້ນປີເປັນຕົ້ນມາ ສິນຄ້າ ແລະ ລາຄານໍ້າມັນເຊື້ອໄຟ ມີລາຄາສູງຂຶ້ນຕາມອັດຕາເງິນເຟີ້ (ເງິນກີບອ່ອນຄ່າ)  ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ,ທະຫານ,ຕໍາຫຼວດຂອງພວກເຮົາ. 
ຕໍ່ສະພາບການເພີ່ມຂຶ້ນຂອງລາຄາສິນຄ້າ ກະຊວງ ອຄ ໄດ້ເອົາໃຈໃສ່ຄົ້ນຄວ້າຜ່ານກົນໄກຕ່າງໆ ແລະໃຈກາງໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຈັດກອງປະຊຸມປຶກສາຫາລືກ່ຽວກັບ: ວຽກງານທີ່ຕິດພັນກັບການຄຸ້ມຄອງລາຄາ ສິນຄ້າ ແລະ ຄ່າບໍລິການ, ຜັນຂະຫຍາຍທິດຊີ້ນໍາຄະນະ 36/ນຍ ກອງປະຊຸມໄດ້ຄົ້ນຄ້ວາກໍານົດສິນຄ້າປະເພດ: ເຂົ້າ, ໄກ່, ໄຂ່, ຊີ້ນໝູ ແລະ ປາ ທີ່ຈໍາເປັນຕໍ່ການດໍາລົງຊີວິດຂອງປະຊາຊົນເພື່ອນໍາໃຊ້ມາດຕະການຕ່າງໆ ໃນດໍາລັດ 474/ນຍ,ມາດຕະການຖົມຂຸມໃນການດັດສົມລາຄາ,ຫຼຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນ.ໄດ້ປຶກສາຫາລືກ່ຽວກັບຕົ້ນທຶນການຜະລິດສິນຄ້າປະເພດສະບຽງອາຫານເຊັ່ນ: ເຂົ້າກິນ, ໝູ, ປາ, ໄຂ່ໄກ່, ສິນຄ້າປະເພດຫົວອາຫານ, ແນວພັນ, ຝຸ່ນ ແລະ ການກໍານົດອັດຕາຄ່າບໍລິການທາງບົກ. ນອກຈາກນັ້ນຍັງໄດ້ປະສານສົມທົບກັບທ້ອງຖິ່ນ ໂດຍຈັດກອງປະຊຸມພົບປະລະຫວ່າງ ກຸ່ມໂຮງສີເຂົ້າກັບກຸ່ມຊາວນາ ເພື່ອປະຕິບັດໂຄງການສ້າງລະບຽບຄຸ້ມຄອງຕະຫຼາດຊື້ - ຂາຍເຂົ້າຢູ່ແຂວງ ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ວຽງຈັນ, ໄຊຍະບູລີ, ບໍລິຄໍາໄຊ ແລະ ໄຊສົມບູນ. 
   ຄຽງຄູ່ກັບການຄຸ້ມຄອງລາຄາສິນຄ້າ ແລ້ວ ກະຊວງ ອຄ ຍັງຊຸກຍູ້ ການແຂ່ງຂັນທາງທຸລະກິດ,ປົກປ້ອງຜູ້ຊົມໃຊ້ ຍັງໄດ້ສືບຕໍ່ສົ່ງເສີມການຜະລິດກະສິກໍາຕິດພັນກັບການປຸງແຕ່ງ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດແຂ່ງຂັນໃນການຜະລິດ, ຮັບປະກັນຄຸນນະພາບ, ປະລິມານ, ການຫຸ້ມຫໍ່ ໂພຊະນາການ ແລະ ອື່ນໆ ເພື່ອໃຫ້ສາມາດແຂ່ງຂັນກັບການນໍາເຂົ້າ; ຄຸ້ມຄອງສິນຄ້າ ອຸປະໂພກ-ບໍລິໂພກ ທີ່ນໍາເຂົ້າ ໂດຍສະເພາະການຕິດສະຫຼາກພາສາລາວ, ການເຮັດໂຄງປະກອບລາຄາສິນຄ້າ ທີ່ນໍາເຂົ້າຈາກຕ່າງປະເທດ ຄຽງຄູ່ກັບການປູກຈິດສໍານຶກ, ຊຸກຍູ້ສົ່ງເສີມທົ່ວສັງຄົມໃຫ້ຫັນມາໃຊ້ຜະລິດຕະພັນ ແລະ ສິນຄ້າທີ່ຜະລິດພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າເທື່ອລະກ້າວ ແລະ ໄດ້ມີການຕິດຕາມກວດກາການຂາຍສິນຄ້າ ຢູ່ທ້ອງຕະຫຼາດເປັນປົກກະຕິ, ມີການກ່າວເຕືອນ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດລະບຽບການ ແລະ ລາຄາກໍານົດ ເປັນແຕ່ລະໄລຍະ. 
 ໃນປີ 2023 ຜ່ານມາ,ກະຊວງ ອຄ ໄດ້ລົງເຄື່ອນໄຫວກວດກາບັນດາຫົວໜ່ວຍທຸລະກິດ/ຫ້າງຮ້ານທີ່ນໍາເຂົ້າ, ຈໍາໜ່າຍສິນຄ້າປະເພດຕ່າງໆ ຈໍານວນ 2.504 ຫົົວໜ່ວຍ. ຜ່ານການກວດກາພົບເຫັນການລະເມີດ 744 ຫົວໜ່ວຍ, ລວມມູນຄ່າການປັບໃໝ 1.018.379.300 ກີບ.ພ້ອມທັງໄດ້ປັບປຸງຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໂດຍເພີ່ມ 3 ຂະແໜງການທີ່ກ່ຽວຂ້ອງ ແລະ 1 ທ້ອງຖິ່ນ ຄື: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຂະແໜງການເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ນະຄອນຫຼວງວຽງຈັນ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ